Skip to main content

page search

Library ການບັນລຸ ການມີສ່ວນຮ່ວມກັບ ຊຸມຊົນ ທີ່ມີປະສິດທິຜົນ ແລະ ທົ່ວ ເຖິງ ສຳລັບການລົງທຶນ ໃນຂົງເຂດ ກະສິກຳ ແລະ ປ່າໄມ້ຢ່າງມີຄວາມ ຮັບຜິດຊອບຢູ່ ສປປ ລາວ

ການບັນລຸ ການມີສ່ວນຮ່ວມກັບ ຊຸມຊົນ ທີ່ມີປະສິດທິຜົນ ແລະ ທົ່ວ ເຖິງ ສຳລັບການລົງທຶນ ໃນຂົງເຂດ ກະສິກຳ ແລະ ປ່າໄມ້ຢ່າງມີຄວາມ ຮັບຜິດຊອບຢູ່ ສປປ ລາວ

ການບັນລຸ ການມີສ່ວນຮ່ວມກັບ ຊຸມຊົນ ທີ່ມີປະສິດທິຜົນ ແລະ ທົ່ວ ເຖິງ ສຳລັບການລົງທຶນ ໃນຂົງເຂດ ກະສິກຳ ແລະ ປ່າໄມ້ຢ່າງມີຄວາມ ຮັບຜິດຊອບຢູ່ ສປປ ລາວ
RGIL Investors Community Engagement Manual

Resource information

Date of publication
May 2023
Resource Language
Pages
27

ການລົງທຶນໃນຂົງເຂດກະສິກໍາ ສາມາດເປັນທ່າແຮງອັນໃຫຍ່ຫຼວງໜຶ່ງໃນການປະກອບສ່ວນເຂົ້າໃນການພັດທະ ນາເສດຖະກິດ ແລະ ສັງຄົມຂອງ ສປປ ລາວ. ເຖິງແນວໃດກໍ່ຕາມ, ການລົງທຶນເຫຼົ່ານີ້ອາດສົ່ງຜົນກະທົບດ້ານລົບຕໍ່ຊັບ ພະຍາກອນທ້ອງຖິ່ນ ແລະ ອາດເປັນໄພຄຸກຄານ ຕໍ່ຊີວິດການເປັນຢູ່ຂອງປະຊາຊົນໄດ້ ຖ້າບໍ່ໄດ້ຮັບການວາງແຜນ ແລະ ຈັດຕັ້ງປະຕິບັດຢ່າງມີ ຄວາມຮັບຜິດຊອບຕໍ່ສັງຄົມ ແລະ ສິ່ງແວດລ້ອມ, ເຊິ່ງສາມາດນຳໄປສູ່ການເຊື່ອມໂຊມຂອງດິນ, ນ້ຳ ແລະ ສ້າງຄວາມເສຍຫາຍ ຕໍ່ຊີວະນາໆພັນຂອງປະເທດ. ການລົງທຶນໃນຂົງເຂດນີ້ ອາດເຮັດໃຫ້ເກີດຂໍ້ຂັດແຍ່ງ ກ່ຽວກັບ ບັນຫາທີ່ດິນ ຫຼື ບັນຫາແຮງງານ ໃນຊຸມຊົນທ້ອງຖິ່ນ, ເນື່ອງຈາກຜົນກະທົບທາງດ້ານສັງຄົມ ແລະ ສິ່ງແວດລ້ອມ ສາມາດສ້າງຄວາມເສຍຫາຍຕໍ່ຊີວິດການ ເປັນຢູ່ຂອງຊຸມຊົນໄດ້. ດັ່ງນັ້ນ, ການມີສ່ວນຮ່ວມກັບຊຸມຊົນຢ່າງມີປະສິດທິຜົນ ແລະ ທົ່ວເຖິງ ແມ່ນເປັນສິ່ງຈໍາເປັນໃນການ ວາງແຜນ, ການດໍາເນີນງານ ແລະ ປິດໂຄງການລົງທຶນ (ເຊັ່ນ: ການຟື້ນຟູທີ່ດິນ ແລະ ສິ່ງແວດລ້ອມ) ເພື່ອຫຼີກລ່ຽງ ແລະ ຫຼຸດ ຜ່ອນຜົນກະທົບດ້ານລົບຕໍ່ຄົນ ແລະ ທຳມະຊາດ.

Share on RLBI navigator
NO