ການປົກປ້ອງສິ່ງແວດລ້ອມ ແລະ ສັງຄົມ ສຳລັບການລົງ ທຶນໃນຂະແໜງກະສິກຳ ແລະ ປ່າໄມ້ຢ່າງມີຄວາມຮັບ ຜິດຊອບຢູ່ ສປປ ລາວ
ການລົງທຶນທີ່ດິນໃນຂົງເຂດກະສິກຳ ແລະ ປ່າໄມ້ ເປັນປັດໄຈໜຶ່ງທີ່ສໍາຄັນຕໍ່ການຂະຫຍາຍຕົວດ້ານເສດຖະກິດ ແລະ ການ ພັດທະນາຊົນນະບົດ. ການລົງທຶນເຫຼົ່ານັ້ນ ສາມາດສ້າງລາຍຮັບແຫ່ງຊາດ, ສ້າງວຽກເຮັດງານທຳ, ປັບປຸງພື້ນຖານໂຄງລ່າງ ແລະການເຂົ້າເຖິງ ປັດໄຈການຜະລິດ ແລະ ເຕັກໂນໂລຊີ ຂອງຊຸມຊົນ. ເຖິງແນວໃດກໍ່ຕາມ, ຖ້າການລົງທຶນເຫຼົ່ານີ້ບໍ່ໄດ້ຮັບ ການຄຸ້ມຄອງຢ່າງຖືກຕ້ອງ, ການລົງທຶນເຫຼົ່ານັ້ນກໍ່ສາມາດສ້າງຜົນກະທົບທາງລົບຕໍ່ສິ່ງແວດລ້ອມ ແລະ ຊຸມຊົນທ້ອງຖິ່ນໄດ້.